AIoT Next-Gen Bootcamp

ຮ່ວມປະກອບສ່ວນAIoT Next-Gen Bootcamp 2026

ການສະໜັບສະໜູນ AIoT Next-Gen Bootcamp ຊ່ວຍຂັບເຄື່ອນເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍການມອບທັກສະເຕັກໂນໂລຊີ ແຫ່ງອະນາຄົດໃຫ້ກັບນັກສຶກສາເພື່ອຫຼຸດຜ່ອນຄວາມເຫຼື້ອມລ້ຳທາງ digital ແລະ ສ້າງບຸກຄະລາກອນ ທີ່ມີຄຸນະພາບສູງໃຫ້ກັບອຸດສາຫະກຳ.

ໂຄງການນີ້ສຳຄັນແນວໃດ?

ເຂົ້າໃຈຂໍ້ມູນເບື້ອງຕົ້ນກ່ຽວກັບໂຄງການທີ່ທ່ານຈະສະໜັບສະໜູນ

ລຶບລ້າງຊ່ອງຫວ່າງທາງດ້ານທັກສະ (Bridge the Skill Gap): ປັດຈຸບັນມີຊ່ອງຫວ່າງຂະໜາດໃຫຍ່ລະຫວ່າງການຮຽນທິດສະດີໃນຫ້ອງຮຽນ ແລະ ການນຳໃຊ້ຕົວຈິງໃນພາກອຸດສາຫະກຳ

ແກ້ໄຂການຂາດແຄນບຸກຄະລາກອນ ແລະ ຫຼຸດການເພິ່ງພາຕ່າງປະເທດ: ສປປ ລາວ ຍັງຂາດແຄນວິສະວະກອນ AIoT ສະເພາະທາງ ເຮັດໃຫ້ໂຄງການສ່ວນໃຫຍ່ຕ້ອງນຳເຂົ້າຊ່ຽວຊານ ແລະ ເຕັກໂນໂລຊີຈາກຕ່າງປະເທດ ເຊິ່ງເຮັດໃຫ້ເກີດການຮົ່ວໄຫຼທາງດ້ານເສດຖະກິດ.

ຍົກລະດັບພາກອຸດສາຫະກຳ ແລະ ດຶງດູດການລົງທຶນ (FDI): ການນຳໃຊ້ AIoT ເຂົ້າໃນ 4 ຂະແໜງຍຸດທະສາດ (ພະລັງງານ, ການຂົນສົ່ງ, ການປຸງແຕ່ງ ແລະ ກະສິກຳອຸດສາຫະກຳ) ຈະຊ່ວຍຫຼຸດຕົ້ນທຶນການຜະລິດ, ຍົກລະດັບໂຮງງານໃຫ້ທັນສະໄໝ ແລະ ດຶງດູດການລົງທຶນຈາກຕ່າງປະເທດ.

ສ້າງລະບົບນິເວດນະວັດຕະກຳພາຍໃນປະເທດ: ເພື່ອສ້າງຂົວຕໍ່ລະຫວ່າງມະຫາວິທະຍາໄລ, ພາກອຸດສາຫະກຳ ແລະ ກຸ່ມ Startups ໂດຍການໃຫ້ນັກສຶກສາລົງໄປສຶກສາບັນຫາຕົວຈິງໃນໂຮງງານ ແລ້ວສ້າງໂຄງການຕົ້ນແບບ (Proof-of-Concept) ເພື່ອແກ້ໄຂບັນຫານັ້ນ.

ຂົງເຂດເປົ້າໝາຍ
IndustrialAIoTEngineer

ສິ່ງທີ່ຜູ້ສະໜັບສະໜູນຈະໄດ້ຮັບ

6 ສິ່ງຫຼັກທີ່ຜູ້ສະໜັບສະໜູນທຸກທ່ານຈະໄດ້ຮັບ

  • ເຂົ້າເຖິງກຸ່ມບຸກຄະລາກອນທີ່ມີທັກສະ

  • ການໂປຣໂມດ ແລະ ເພີ່ມຄວາມໂດດເດັ່ນໃຫ້ແບຣນ

  • ຂໍ້ສະເໜີແນະຕົວຈິງຕໍ່ຜະລິດຕະພັນ

  • ເນື້ອຫາສື່ສານອົງກອນ

  • ການເຂົ້າເຖິງເຄືອຂ່າຍຊຸມຊົນ

  • Demo day seat

ຮູບແບບການສະໜັບສະໜູນ

ການສະໜັບສະໜູນບໍ່ໄດ້ຈໍາກັດພຽງຮູບແບບດຽວ. ນີ້ຄືວິທີທີ່ບໍລິສັດສ່ວນໃຫຍ່ເຂົ້າມາມີສ່ວນຮ່ວມ ຕາມຄວາມພ້ອມ ແລະ ຊັບພະຍາກອນທີ່ມີ.

ການສະໜັບສະໜູນເປັນທຶນ

ສະໜັບສະໜູນທຶນການສຶກສາ, ອຸປະກອນຮາດແວ, ແລະ ການດໍາເນີນງານຫ້ອງປະຕິບັດການໂດຍຕົງ.

ຮາດແວ ແລະ ອຸປະກອນ

ບອດພັດທະນາ, ເຊັນເຊີ, ເຄຣດິດຄລາວ, ຫຼື ອຸປະກອນຫ້ອງປະຕິບັດການ ທີ່ນັກສຶກສານໍາໄປໃຊ້ໂດຍຕົງ. ຜະລິດຕະພັນຂອງທ່ານຈະຖືກນໍາໄປໃຊ້ໃນໂຄງການຕົວຈິງ.

ການເປັນທີ່ປຶກສາ ແລະ ຜູ້ຊ່ຽວຊານ

ສົ່ງວິສະວະກອນມາຊ່ວຍປະເມີນໂຄງການ, ຈັດເວີກຊັອບ, ຫຼື ຈັດເປັນຄະນະກໍາມະການໃນ Demo day. ບໍ່ຈໍາເປັນຕ້ອງໃຊ້ງົບປະມານ—ພຽງໃຊ້ເວລາຈາກຜູ້ຊ່ຽວຊານ.

ຄູ່ຮ່ວມງານດ້ານສື່ ແລະ ສະຖານທີ່

ເປັນເຈົ້າພາບຈັດງານ Demo day, ຊ່ວຍປະຊາສຳພັນໃຫ້ນັກສຶກສາ, ຫຼື ຜະລິດເນື້ອຫາກ່ຽວກັບໂຄງການ. ເໝາະສໍາລັບອົງກອນທີ່ເນັ້ນການສ້າງການຮັບຮູ້ ແລະ ຄວາມໂດດເດັ່ນ.

Item 1 of 0

ແຈ້ງສິ່ງທີ່ທ່ານຕ້ອງການສະເໜີ ແລ້ວພວກເຮົາມາຮ່ວມກັນອອກແບບຮູບແບບການສະໜັບສະໜູນ — ຕິດຕໍ່ພວກເຮົາ

ເລື່ອງການສະໜັບສະໜູນ

ຂໍ້ມູນເລັກນ້ອຍຈະຊ່ວຍໃຫ້ພວກເຮົາແນະນຳລະດັບທີ່ເໝາະສົມ ຫຼື ອອກແບບແພັກເກດສະເພາະໃຫ້ທ່ານໄດ້.

ສະດວກລົມໂດຍກົງເລີຍບໍ່?

ອີເມວ
aiotnextgen@gmail.com
ເບີໂທລະສັບ
+856 20 5491 4244 (Donna)
ເບີໂທລະສັບ
+856 20 9113 1146 (Kinnaly)
ໂມງເຮັດວຽກ
ຈັນ - ສຸກ, 9:30 ໂມງເຊົ້າ - 5:30 ໂມງແລງ